ລູກຄ້າຈະໝັ້ນໃຈໄດ້ແນວໃດວ່າເງິນໂອນຈະເຂົ້າບັນຊີ ທລຝ ຕົວເອງໄວທີ່ສຸດ?

ເພື່ອ​ຫຼີກ​ລ້ຽງ​ບັນ​ຫາ ຫຼື ​ຄວາມ​ລ່າ​ຊ້າໃນ​ການ​ໂອນເງິນອອກ ​ແລະ ​​ຮັບ​ເງິນໂອນ​, ​ກະລຸນາກວດເບິ່ງວ່າທ່ານໄດ້​ໃຫ້​ຂໍ້​ມູນ​ທີ່​ຖືກ​ຕ້ອງ​ແລ້ວ: ລະ​ຫັດ SWIFT ຂອງທະ​ນາ​ຄານ​, ຊື່ບັນຊີ ແລະ ເລກ​ບັນ​ຊີ (ບໍ່​ມີ​ການ​ສະ​ກົດ​ຜິດ​), ເຫດ​ຜົນ​ການ​ໂອນ ​ແລະ ​ອື່ນໆ.

 

ຖ້າ​ຫາກ​ທ່ານ​ຍັງ​ພົບ​ບັນ​ຫາ​, ກະ​ລຸ​ນາ​ຕິດ​ຕໍ່​ຫາທີມງານໃຫ້ການສະໜັບສະໜຸນລູກຄ້າຂອງ​ພວກ​ເຮົາໄດ້ທີ່​ contact@bfl.la ຫຼື​ ໂທ: +856 21 285 444 (ພາຍໃນໂມງລັດຖະການ).