ເກັບເງິນຂອງທ່ານໃຫ້ປອດໄພ ແລະ ເຮັດໃຫ້ມັນເຕີບໂຕຂຶ້ນ

 

ໃນຊີວິດປະຈຳວັນ ມັນຈະມີສິ່ງທີ່ເຮັດໃຫ້ເຮົາຕ້ອງອອມເງິນ ເພື່ອທ່ອງທ່ຽວ, ເພື່ອຊື່ເຄື່ອງໃຊ້ໄຟຟ້າໃໝ່, ເຮັດທຸລະກິດ ຫຼື ວາງແຜນສຳລັບອະນາຄົດ. ມາຕໍ່ຍອດເງິນຂອງທ່ານໃຫ້ເພີ່ມຂຶ້ນ ແລະ ເຮັດໃຫ້ບັນລຸເປົ້າໝາຍທາງດ້ານການເງິນບໍ່ວ່າຈະເປັນໄລຍະສັ້ນ, ກາງ, ຫຼື ຍາວ ແລະ ຍ້ອນພວກເຮົາເຂົ້າໃຈເຖິງຄວາມແຕກຕ່າງຂອງວິຖີຊີວິດຂອງແຕ່ລະຄົນ. ທລຝ ຈຶ່ງໄດ້ສ້າງທາງເລືອກທີ່ແທດເໝາະກັບຄວາມຕ້ອງການ ແລະ ງົບປະມານຂອງທ່ານ ດ້ວຍປະເພດການອອມເງິນຂອງພວກເຮົາທີ່ມີໄລຍະເວລາເລີ່ມຕົ້ນແຕ່ 3 ເດືອນ ເຖິງ 10 ປີ ດ້ວຍຜົນຕອບແທນທີ່ສູງ. ເລືອກປະເພດທີ່ເໝາະສົມກັບທ່ານທີ່ສຸດ!

ບັນຊີ ເງິນຝາກປະຢັດ

ບັນຊີ ເງິນຝາກປະຢັດທີ່ມີຜົນຕອບແທນ

 

ທ່ານສາມາດຝາກເງິນເຂົ້າບັນຊີ ຫຼື ຖອນເງິນໃນຈໍານວນທີ່ທ່ານຕ້ອງການໄດ້ທຸກເວລາ. ດອກເບ້ຍ ແມ່ນຄິດໄລ່ເປັນລາຍວັນ ແລະ ຈະຈ່າຍໃຫ້ທ່ານໃນທຸກໄຕມາດ.

ບັນຊີ ສະສົມທຶນເພື່ອອະນາຄົດ

ຕັ້ງເປົ້າໝາຍໃນການອອມເງິນໄລຍະຍາວຂອງທ່ານ

 

"ບັນຊີ ສະສົມທຶນເພື່ອອະນາຄົດ" ວິທີທີ່ສະດວກໃນການອອມເງິນ ດ້ວຍອອມເງິນປະຈໍາເດືອນ ທີ່ທ່ານໄດ້ກໍານົດໄວ້ໃນເວລາເປີດບັນຊີ ເຊິ່ງເປັນບັນຊີທີ່ເໝາະສໍາລັບການວາງແຜນທາງດ້ານການເງິນໄລຍະຍາວ.

 

ບັນຊີ ເງິນຝາກມີກຳນົດ

ເພີ່ມລາຍຮັບຂອງທ່ານ

 

ມາສ້າງເງິນຂອງທ່ານເພີ່ມຂຶ້ນ ດ້ວຍບັນຊີເງິນຝາກມີກໍານົດທີ່ປອດໄພ ແລະ ໜ້າສົນໃຈ ເຊິ່ງເປັນບັນຊີທີ່ມີເງື່ອນໄຂ ແລະ ສະກຸນເງິນທີ່ຫຼາກຫຼາຍທີ່ທ່ານສາມາດມາດເລືອກໄດ້. ນອກຈາກນີ້ ຍັງຊ່ວຍໃຫ້ທ່ານສາມາດເພີ່ມລາຍຮັບດ້ວຍອັດຕາດອກເບ້ຍຄົງທີ່ ເຊິ່ງເໝາະສຳລັບເປົ້າໝາຍໄລຍະສັ້ນ ແລະ ໄລຍະກາງ!

ຜົນປະໂຫຍດທີ່ທ່ານຈະໄດ້ຮັບ!

ຜົນຕອບແທນສູງ

ອອກແບບມາ ເພື່ອເປົ້າໝາຍໄລຍະສັ້ນ ແລະ ໄລຍະຍາວ

ມີທັງສະກຸນເງິນກີບ ແລະ ເງິນຕາຕ່າງປະເທດ