ສິນເຊື່ອ ພາຫະນະຂອງທລຝ ຈະພາທ່ານໄປສູ່ຈຸດໝາຍປາຍທາງໃໝ່

ອອກສູ່ທ້ອງຖະໜົນດ້ວຍລົດໃໝ່ຂອງທ່ານ: ລົດເກັງ, ລົດອະເນກປະສົງ ຫຼື ລົດກະບະ; ບໍ່ວ່າທ່ານຈະເລືອກພາຫະນະປະເພດໃດ ກໍ່ສາມາດກູ້ຢືມໄດ້ດ້ວຍສິນເຊື່ອ ພາຫະນະຂອງ ທລຝ. ສິນເຊື່ອປະເພດນີ້ ແມ່ນສ້າງມາເພື່ອທ່ານຢ່າງແທ້ຈິງ, ດ້ວຍອັດຕາດອກເບ້ຍທີ່ເໝາະສົມ, ໄລຍະເວລາສູງເຖິງ 6 ປີ ແລະ ທີມງານທີ່ມີຄວາມຊຳນິຊຳນານ.

ຈຸດເດັ່ນ

A specific amount and term

ມີວົງເງິນ ແລະ ໄລຍະເວລາແບບສະເພາະ

A rate that does not change

ອັດຕາດອກເບ້ຍຄົງທີ່

8 - no collateral needed

ບໍ່ມີຫຼັກຊັບຄ້ຳປະກັນອື່ນນອກຈາກລົດຂອງທ່ານ

Car loans available at all BFL branches

ທ່ານສາມາດສະໝັກສິນເຊື່ອ ພາຫະນະໄດ້ທີ່ ທລຝ ທຸກສາຂາ

ຜົນປະໂຫຍດ

  • ຄໍາຮ້ອງສະໝັກງ່າຍ ແລະ ວ່ອງໄວ
  • ວົງເງິນຈ່າຍກ່ອນຂັ້ນຕໍ່າ 30%
  • ໄລຍະເວລາເງິນກູ້ສູງເຖິງ 6 ປີ
  • ການຊໍາລະລາຍເດືອນ
  • ບໍ່ມີຫຼັກຊັບຄ້ຳປະກັນອື່ນນອກຈາກລົດຂອງທ່ານ
  • ມີສໍາລັບສະກຸນເງິນກີບ ແລະ ໂດລາ

ຄຸນສົມບັດ

  • ບຸກຄົນທີ່ມີທີ່ຢູ່ອາໄສຢູ່ ສປປ ລາວ ທີ່ມີອາຍຸລະຫວ່າງ 18 ປີ ຫາ 65 ປີ
  • ມີຄວາມສາມາດໃນການຊໍາລະຄືນສິນເຊື່ອຕາມການພິຈາລະນາຂອງ ທລຝ

ເຄື່ອງຄໍານວນສິນເຊື່ອ ພາຫະນະ

0.00

ຈໍານວນເງິນທີ່ຕ້ອງຊໍາລະລາຍເດືອນ

0.00

ຈໍານວນເງິນທີ່ຕ້ອງຊໍາລະທັງໝົດ

0.00

ດອກເບ້ຍທັງໝົດ

ເຄື່ອງຄໍານວນສິນເຊື່ອຂອງພວກເຮົາ ເປັນເຄື່ອງທີ່ລຽບງ່າຍ ແລະ ໃຊ້ງານງ່າຍ ເພື່ອຊ່ວຍທ່ານຄໍານວນຄ່າງວດສິນເຊື່ອລາຍເດືອນຂອງທ່ານ.

  • ໃສ່ຈໍານວນສິນເຊື່ອ
  • ເລືອກອັດຕາດອກເບ້ຍ
  • ເລືອກໄລຍະເວລາ

 

ເຄື່ອງຄິດໄລ່ນີ້ມີຈຸດປະສົງ ເພື່ອເປັນການໃຫ້ຂໍ້ມູນເທົ່ານັ້ນ. ເຄື່ອງຄິດໄລ່ເປັນຕົວເລກ ບໍ່ສາມາດຖືເປັນຂໍ້ສະເໜີສິນເຊື່ອ ແລະ ບໍ່ມີຜົນທາງກົດໝາຍ. ສໍາລັບຂໍ້ມູນເພີ່ມຕື່ມ ກະລຸນາຕິດຕໍ່ຫາພະນັກງານໃຫ້ຄໍາປຶກສາ ຫຼື ພະນັກງານໃຫ້ການສະໜັບສະໜູນລູກຄ້າຂອງພວກເຮົາ.