ເລີ່ມຕົ້ນໃນການເຮັດທຸລະກໍາທີ່ງ່າຍດາຍດ້ວຍ ແພັກເກັດ ຄຣາດສິກ

ແພັກເກັດນີ້ປະກອບມີ ບັນຊີກະແສລາຍວັນ ເຊິ່ງທ່ານສາມາດເລືອກໄດ້ເຖິງ 4 ສະກຸນເງິນ ທີ່ສາມາດຈັດການທຸລະກໍາທາງດ້ານການເງິນປະຈໍາວັນດ້ວຍຕົວທ່ານເອງຜ່ານການທະນາຄານແບບດີຈີຕອລ (ອິນເຕິເນັດ ແລະ ແອັບເທິງມືຖື). ນອກຈາກນີ້, ທ່ານຍັງຈະໄດ້ຮັບບັດ ເອທີເອັມ ທີ່ສາມາດຖອນເງິນຈາກຕູ້ ເອທີເອັມຂອງ ທລຝ ຢູ່ນະຄອນຫຼວງ ແລະ ຕ່າງແຂວງ. ທ່ານຍັງສາມາດຮັບການສະໜັບສະໜູນ ແລະ ຊ່ວຍເຫຼືອຈາກພະນັກງານໃຫ້ຄໍາປຶກສາສ່ວນຕົວຂອງທ່ານ. ຢ່າລໍຊ້າ ມາເປີດບັນຊີແພັກເກັດ ຄຣາດສິກ ຟຣີ!

ຈຸດເດັ່ນ

2 - no monthly fees 2

ບໍ່ມີຄ່າທຳນຽມປະຈໍາເດືອນ

ຟຣີ ການເຂົ້າເຖິງທະນາຄານທາງດິຈິຕອລ

ຟຣີ ບັດ ເອທີເອັມ

ມີພະນັກງານໃຫ້ຄໍາປຶກສາລູກຄ້າແບບສ່ວນຕົວ

ວິທີການເປີດບັນຊີ

ບຸກຄົນທີ່ບັນລຸນິຕິພາວະຖືກຕ້ອງຕາມກົດໝາຍ ແມ່ນມີສິດ. ເອກະສານທີ່ຕ້ອງປະກອບ:
  • ບັດປະຈໍາຕົວ ຫຼື ສໍາມະໂນຄົວ
  • ໃບຢັ້ງຢືນທີ່ຢູ່
  • ເອກະສານຢັ້ງຢືນລາຍຮັບ

ສໍາລັບການເປີດບັນຊີຮ່ວມ, ຕ້ອງສະໜອງເອກະສານຂອງຜູ້ທີ່ກ່ຽວຂ້ອງ

ຜົນປະໂຫຍດ

  • ປະກອບມີບັນຊີກະແສລາຍວັນ
  • ປະກອບມີບັດ ເອທີເອັມ
  • ແອັບເທິງມືຖື ແລະ ອິນເຕີເນັດແບັງຄິ້ງ
  • ເຂົ້າເຖິງຕູ້ ເອທີເອັມ ຕະຫຼອດ 24 ຊົ່ວໂມງ
  • ມີພະນັກງານໃຫ້ຄໍາປຶກສາລູກຄ້າແບບສ່ວນຕົວ

ເງື່ອນໄຂ

  • ບໍ່ມີຄ່າທຳນຽມປະຈໍາເດືອນ
  • ບໍ່ມີຄ່າທໍານຽມໃນການເປີດບັນຊີ
  • ບໍ່ມີວົງເງິນເລີ່ມຕົ້ນໃນການເປີດບັນຊີ
  • ບັນຊີທີ່ມີສໍາລັບສະກຸນເງິນ ກີບ, ໂດລາ, ບາດ ແລະ ເອີໂຣ
  • ສາມາດເປັນບັນຊີສ່ວນບຸກຄົນ ຫຼື ບັນຊີຮ່ວມ

ເພື່ອຮຽນຮູ້ເພີ່ມຕື່ມ

ດາວໂຫຼດຄ່າທໍານຽມ ແລະ ຄ່າບໍລິການຂອງແພັກເກັດ ຄຣາດສິກ

ພົບກັບແອັບ BFL Connect

ດ້ວຍ BFL Connect, ທ່ານຈະສາມາດຈັດການທາງດ້ານການເງິນຂອງທ່ານໄດ້ຕະຫຼອດ 24 ຊົ່ວໂມງ ດ້ວຍລະບົບຄວາມປອດໄພທີ່ມີມາດຕະຖານສາກົນ.
ຢ່າພາດທີ່ຈະຕິດຕໍ່ຫາພະນັກງານໃຫ້ການສະໜັບສະໜູນລູກຄ້າຂອງພວກເຮົາ.

ຟຣີ - ສະໝັກນໍາໃຊ້ ແລະ ຕິດຕັ້ງ ພຽງແຕ່ທ່ານເຂົ້າໄປທຸກໜ່ວຍບໍລິການຂອງພວກເຮົາທີ່ໃກ້ບ້ານທ່ານ.

Google-play-store
App-store