ແພັກເກັດທີ່ອອກແບບມາ ເພື່ອຕອບສະໜອງຄວາມຕ້ອງການທາງດ້ານການເງິນຂອງທ່ານ

ຮັບຜົນປະໂຫຍດທີ່ຫຼາກຫຼາຍຈາກຜະລິດຕະພັນ ແລະ ການບໍລິການຂອງທະນາຄານທີ່ເຕັມຮູບແບບ. ເນື່ອງຈາກວ່າພວກເຮົາ ມີຄວາມເປັນເອກະລັກສະເພາະ, ທີ່ ທລຝ, ພວກເຮົາຂໍມອບທາງເລືອກທີ່ເໝາະສົມກັບຄວາມຕ້ອງການ ແລະ ການດໍາລົງຊີວິດຂອງທ່ານ. ແຕ່ລະຂໍ້ສິະເໜີຈະເປັນວິທີທີ່ເຮັດໃຫ້ທ່ານສາມາດຈັດການບັນຊີ ແລະ ເຮັດທຸລະກໍາໄດ້ງ່າຍຂຶ້ນ ໃນຂະນະທີ່ໄດ້ຮັບຜົນປະໂຫຍດທີ່ຫຼາກຫຼາຍ ແລະ ມີພະນັກງານຜູ້ຊ່ຽວຊານໄວ້ໃຫ້ຄໍາປຶກສາໃນການດໍາເນີນທຸລະກໍາທາງການເງິນປະຈໍາວັນຂອງທ່ານ. ເລືອກແພັກເກັດຂອງພວກເຮົາ, ເລີ່ມຕົ້ນທີ່ 0 ກີບ ຕໍ່ເດືອນ!

ແພັກເກັດ ຄຣາດສິກ

ບໍ່ມີຄ່າທຳນຽມປະຈໍາເດືອນ

 

ງ່າຍຕໍ່ການຂຈັດການ ແລະ ເປັນຜະລິດຕະພັນທາງການເງິນທີ່ເປັນປະໂຫຍດ: ແພັກເກັດ ຄຣາດສິກ ປະກອບມີບັນຊີກະແສລາຍວັນ, ຮັບຟຣີບັດ ເອທີເອັມ, ເຂົ້າເຖິງ ແລະ ສາມາດຈັດການບັນຊີຂອງທ່ານທາງອອນໄລນ໌ ແລະ ມີພະນັກງານຜູ້ຊ່ຽວຊານໄວ້ໃຫ້ຄໍາປຶກສາ ແລະ ສະໜັບສະໜູນທ່ານ.

 

ແພັກເກັດ ພຣີມຽມ

ຄ່າທຳນຽມພຽງແຕ່ 15,000 ກີບ ຕໍ່ ເດືອນ

 

ແພັກເກັດທີ່ສະດວກ ແລະ ເຕັມຮູບແບບ: ປະກອບມີບັດ ບັດວີຊ້າ ເດບິດ ສາກົນ ທີ່ເຊື່ອມຕໍ່ກັບບັນຊີກະແສລາຍວັນຂອງທ່ານ, ມີຄ່າທໍານຽມການໂອນເງິນໄປຕ່າງປະເທດທີ່ ພິເສດ ແລະ ການເຂົ້າເຖິງການບໍລິການທາງການເງິນແບບດີຈີຕອລ (ອີ-ແບັງຄິ້ງ, ແອັບເທິງມືຖື ແລະ QR code).

 

 

ແພັກເກັດ ພຣາຍເວດ

ຄ່າທຳນຽມທີ່ເໝາະສົມ

 

ດ້ວຍຄ່າທໍານຽມໃນການດໍາເນີນທຸລະກໍາທາງການເງິນປະຈໍາວັນ ແລະ ການໂອນເງິນໄປຕ່າງປະເທດທີ່ພິເສດ. ແພັກເກັດ ພຣາຍເວດ ເປັນແພັກກັດທີ່ໂດດເດັ່ນ ແລະ ໃຫ້ຜົນປະໂຫຍດທີ່ຫຼາກຫຼາຍແກ່ທ່າໃນການເຮັດທຸລະກໍາປະຈໍາວັນເຊັ່ນ: ການທະນາຄານແບບດີຈີຕອລ ຫຼື ບັດວີຊ້າ ເດບິດ ສາກົນ.

 

 

ຜົນປະໂຫຍດທີ່ທ່ານຈະໄດ້ຮັບ!

ລວມມີບັດ ເອທີເອັມ ຫຼື ບັດວີຊ້າ ເດບິດ ສາກົນ

ມີພະນັກງານໃຫ້ຄໍາປຶກສາລູກຄ້າແບບສ່ວນຕົວ

ຟຣີແອັບເທິງມືຖື ແລະ ອິນເຕີເນັດແບັງຄິ້ງ