ໜ້າຫຼັກ ຂໍ້ຈໍາກັດຄວາມຮັບຜິດຊອບ

ຂໍ້ຈໍາກັດຄວາມຮັບຜິດຊອບ

ຂໍ້ມູນ ແລະ ເອກະສານທີ່ຢູ່ໃນ ຫຼື ປະກົດຜ່ານເວັບໄຊທ໌ນີ້ແມ່ນສະໜອງໃຫ້ “ຕາມທີ່ເປັນ” ແລະ “ຕາມທີ່ມີ” ແລະ ມີລັກສະນະແບບດັ່ງເດີມທີ່ຍັງບໍ່ທັນໄດ້ຮັບການຢັ້ງຢືນ, ພິຈາລະນາ ຫຼື ປະເມີນໂດຍພະນັກງານຂອງ ທະນາຄານ ລາວ-ຝຣັ່ງ (ທລຝ) ເພື່ອນຳໄປໃຊ້ໃນການລົງທຶນໃດໜຶ່ງ, ການເຮັດທຸລະກິດ, ການຕັດສິນໃຈດ້ານການເງິນ ຫລື ການຄ້າ. ຂໍ້ມູນ ແລະ ເອກະສານເຫລົ່ານີ້ແມ່ນນໍາໃຊ້ເພື່ອໃຫ້ຂໍ້ມູນທົ່ວໄປເທົ່ານັ້ນ. ທ່ານຈໍາເປັນຕ້ອງປຶກສາຫາຄໍາແນະນໍາຢູ່ຕະຫລອດເວລາ ແລະ ຮັບການຢັ້ງຢືນດ້ານຂໍ້ມູນທີ່ເຊື່ອຖືໄດ້ກ່ອນທີ່ຈະຕັດສິນໃຈໂດຍອີງໃສ່ຂໍ້ມູນ ຫຼື ເອກະສານທີ່ປະກົດຢູ່.

 

ທະນາຄານ ລາວ-ຝຣັ່ງ (ທລຝ) ຈະບໍ່ຮັບປະກັນຄວາມເປັນຈິງ, ຄວາມຖືກຕ້ອງ, ຄວາມພຽງພໍ, ຄວາມຄົບຖ້ວນ ຫຼື ຄວາມສົມເຫດສົມຜົນຂອງຂໍ້ມູນ ແລະ ເອກະສານທີ່ຢູ່ໃນ ຫຼື ປະກົດຜ່ານເວັບໄຊທ໌ນີ້ ແລະ ຂໍປະຕິເສດທຸກໆຄວາມຮັບຜິດຊອບຢ່າງຈະແຈ້ງຕໍ່ກັບຄວາມຜິດພາດ ຫຼື ຄວາມບໍ່ເປັນຈິງຂອງຂໍ້ມູນ ແລະ ເອກະສານດັ່ງກ່າວ. ຈະບໍ່ມີການຮັບປະກັນທຸກຮູບແບບບໍ່ວ່າຈະເປັນດ້ານການສະແດງຄວາມຮັບຜິດຊອບ ຫຼື ດ້ານກົດຫມາຍ (ລວມທັງ, ການຮັບປະກັນຂອງຫົວຂໍ້, ຄວາມສາມາດໃນການຄ້າຂາຍ, ຄຸນນະພາບທີ່ຫນ້າພໍໃຈ, ບໍ່ມີການລ່ວງລະເມີດສິດທິຊັບສິນທາງປັນຍາຂອງບຸກຄົນທີສາມ, ການກະທຳເພື່ອຈຸດປະສົງສະເພາະໃດຫນຶ່ງ ແລະ ຈາກໄວຣັສຄອມພິວເຕີ ແລະ ອື່ນໆ) ແມ່ນໃຫ້ສົມທົບກັບຂໍ້ມູນທົ່ວໄປທີ່ປະກົດເທິງເວັບໄຊທ໌ນີ້. ພາຍໃຕ້ສະພາບການໃດໆກໍ່ຕາມ, ທະນາຄານ ລາວ-ຝຣັ່ງ (ທລຝ) ຈະບໍ່ຮັບຜິດຊອບຜ່ານການກະທຳທຸກໆຮູບແບບ, ການດຳເນີນການທີ່ລົ້ມເຫຼວຂອງການປະຕິບັດ, ລະບົບ, ເຄືອຂ່າຍຫລັກ ຫຼື ການເຊື່ອມຕໍ່ລົ້ມເຫຼວ, ຄວາມຜິດພາດ, ການລະເລີຍ, ເຫດຂັດຂ້ອງ, ການລະເມີດຄວາມປອດໄພ, ໄວຣັສຄອມພິວເຕີ, ລະຫັດອັນຕະລາຍ, ການທຸຈະລິດ, ຄວາມຊັກຊ້າໃນການດໍາເນີນງານ ຫຼື ລະບົບສົ່ງຕໍ່, ຄວາມຜິດພາດຂອງການສົ່ງຕໍ່ ຫຼື ການທີ່ບໍ່ສາມາດເຂົ້າເຖິງສິ່ງຕ້າງໆທີ່ກ່ຽວຂ້ອງກັບການເຂົ້າເຖິງເວັບໄຊທ໌ນີ້ ຫຼື ການໃຊ້ບໍລິການອອນໄລນ໌ເຖິງແມ່ນວ່າ ທລຝ ຈະໄດ້ຮັບຄຳແນະນໍາກ່ຽວກັບຄວາມເປັນໄປໄດ້ຂອງທຸກເຫດການນີ້ກໍ່ຕາມ. ບໍ່ວ່າຈະ​ກໍລະນີ​ໃດໆກໍ່ຕາມ, ທະນາຄານ ລາວ-ຝຣັ່ງ (ທລຝ) ຈະ​​ຮັບ​ຜິດ​ຊອບ​ຕໍ່​ທ່ານ ​ຫຼື ​ບຸກຄົນ​ອື່ນໆ​ຕໍ່ກັບ​ຄວາມ​ເສຍ​ຫາຍ, ການ​ສູນ​ເສຍ, ຄ່າ​ໃຊ້​ຈ່າຍໃດໆ​ກໍ່ຕາມ (ລວມທັງ, ຄວາມ​ເສຍ​ຫາຍ​ທາງກົງ, ທາງອ້ອມ, ໂດຍ​ບັງ​ເອີນ, ຫລືຈົງໃຈ, ການ​ສູນ​ເສຍ​ຜົນ​ກຳ​ໄລ ຫຼື ສູນເສຍໂອກາດ) ທີ່ເກີດຂື້ນໃນການເຊື່ອມຕໍ່ກັບເວັບໄຊທ໌ນີ້, ຫຼື ການອີງໃສ່ຂໍ້ມູນ ແລະ ເອກະສານທີ່ປະກົດຢູ່ ຫຼື ການບໍລິການອອນໄລນ໌ທີ່ສະໜອງຢູ່ໃນເວັບໄຊທ໌ນີ້, ຈະບໍ່ຮັບຜິດຊອບຜ່ານການກະທຳທຸກໆຮູບແບບເຖິງແມ່ນວ່າ ທລຝ ຈະໄດ້ຮັບຄຳແນະນໍາກ່ຽວກັບຄວາມເປັນໄປໄດ້ຂອງຜົນເສຍຫາຍນີ້ກໍ່ຕາມ.