ຕົວເລືອກສິນເຊື່ອການຄ້າຕ່າງປະເທດ

 

ການເປັນສ່ວນຫນຶ່ງຂອງກຸ່ມທະນາຄານທີ່ໃຫຍ່ທີ່ສຸດໃນໂລກ, ເຮັດໃຫ້ ພວກເຮົາເຂົ້າໃຈ ແລະ ມີຄວາມຕ້ອງການຢາກສະເໜີຜະລິດຕະພັນ ແລະ ການບໍລິການດ້ານສິນເຊື່ອການຄ້າຕ່າງປະເທດທີ່ປອດໄພ ແລະ ຄົບຖ້ວນ, ໃນລາຄາທີ່ຍຸດຕິທໍາ ແລະ ໂປ່ງໃສທີ່ສຸດ. ໂດຍຜ່ານເຄືອຂ່າຍທະນາຄານຂອງ ທລຝ, ພວກເຮົາສາມາດໃຫ້ບໍລິການສິນເຊື່ອການຄ້າຕ່າງປະເທດທີ່ຫຼາກຫຼາຍໄດ້ເຊັ່ນ: ການໂອນເງິນໄປຕ່າງປະເທດ, ໜັງສືຍິນຍັນການຈ່າຍເງິນ LC, ການຄ້ຳປະກັນການຊຳລະເງິນໃນນາມລູກຄ້າ, ແລະ ການແລກປ່ຽນເງິນຕາຕ່າງປະເທດ. ປຶກສາກັບຜູ້ຈັດການຝ່າຍປະຊາສຳພັນລູກຄ້າສ່ວນຕົວຂອງທ່ານສຳລັບການເຮັດທຸລະກິດທົ່ວໂລກທີ່ປອດໄພ.

ການໂອນເງິນໄປຕ່າງປະເທດ

ທລຝ ແມ່ນໄດ້ຮັບຜົນປະໂຫຍດຈາກລະບົບ SWIFT ທີ່ປອດໄພສູງຈາກກຸ່ມ BRED, ເຊິ່ງເຮັດໃຫ້ທະນາຄານສາມາດເຂົ້າເຖິງ 180 ປະເທດຜ່ານເຄືອຂ່າຍທະນາຄານກວ່າ 1,000 ເຄືອຂ່າຍທົ່ວໂລກ. ໂອນເງິນໄປທົ່ວໂລກໄດ້ຢ່າງປອດໄພກັບພວກເຮົາໄດ້.

ໜັງສືຍິນຍັນການຈ່າຍເງິນ (LC)

LCs ແມ່ນວິທີທີ່ປອດໄພທີ່ສຸດໃນການເຮັດການຄ້າລະຫວ່າງປະເທດ, ໂດຍທີ່ທະນາຄານເປັນຄົນຮັບຄວາມສ່ຽງໄວ້ເພື່ອສ້າງຄວາມໝັ້ນໃຈລະຫວ່າງທ່ານ ແລະ ຄູ່ຮ່ວມງານທ່ານ. ທລຝ ສາມາດອອກໜັງສືຍິນຍັນການຈ່າຍເງິນ (ນຳເຂົ້າ/ສົ່ງອອກ) ເພື່ອຄວາມສະດວກສໍາລັບການຈ່າຍເງິນ ແລະ ການເຮັດທຸລະກຳການເງິນຂອງຜູ້ສະຫນອງບໍລິການພາຍນອກຂອງລູກຄ້າຢູ່ຕ່າງປະເທດ ຫຼື ຮັບປະກັນຄວາມປອດໄພສໍາລັບລູກຄ້າທີ່ຈະສົ່ງອອກໄປຕ່າງປະເທດ.

ການຄ້ຳປະກັນ

ທລຝ ສາມາດຮັບປະກັນຄວາມໜ້າເຊື່ອຖືຂອງທ່ານຕໍ່ພາກລັດ ແລະ ເອກະຊົນ ພ້ອມສ້າງຄວາມໄວ້ວາງໃຈໃນການດໍາເນີນທຸລະກິດຂອງທ່ານໂດຍການສະໜອງການຄໍ້າປະກັນໃນນາມຂອງທ່ານ:

  • ການຄ້ຳປະກັນການຊຳລະເງິນ
  • ການຄ້ຳປະກັນການຊຳລະເງິນລ່ວງໜ້າ
  • ການຄ້ຳປະກັນໃນການດຳເນີນງານດ້ານພາສີ

ການແລກປ່ຽນເງິນຕາຕ່າງປະເທດ

ໂດຍຜ່ານການປຶກສາພາຍໃນກັບກຸ່ມ BRED, ທລຝ ສາມາດອະນຸຍາດໃຫ້ລູກຄ້າທຸລະກິດຂະໜາດໃຫຍ່ເຮັດການແລກປ່ຽນເງິນໃນອັດຕາແລກປ່ຽນດຽວກັບໃນຕະຫຼາດ.

ເພື່ອຮຽນຮູ້ເພີ່ມຕື່ມ