ທາງອອກດ້ານການເງິນທີ່ຄົບວົງຈອນ

 

ເປົ້າໝາຍທຸລະກິດຂອງທ່ານຈະປ່ຽນແປງໄປຕາມການເວລາ ແລະ ທ່ານອາດຈະຕ້ອງການເງິນທຶນໝູນວຽນເພີ່ມເຕີມ: ພວກເຮົາຢູ່ຄຽງຂ້າງເພື່ອສະໜັບສະໜູນທຸກໆບາດກ້າວຂອງທຸລະກິດທ່ານ. ນອກຈາກນີ້, ພວກເຮົາຍັງມີຂໍ້ສະເໜີຜະລິດຕະພັນເງິນກູ້ທີ່ຫຼາກຫຼາຍ, ທັງໄລຍະສັ້ນ, ກາງ ແລະ ຍາວ, ພ້ອມທັງເຮັດໃຫ້ທ່ານໝັ້ນໃຈວ່າພວກເຮົາໄດ້ອອກແບບທາງອອກດ້ານການເງິນທີ່ເໝາະກັບບໍລິສັດທ່ານທີ່ສຸດ.

ເງິນທຶນໝູນວຽນ

ພວກເຮົາສະໜັບສະໜຸນການດຳເນີນງານຂອງທຸລະກິດທ່ານ

 

ພວກເຮົາສາມາດໃຫ້ທາງອອກດ້ານເງິນທຶນໝູນວຽນແກ່ທ່ານໄດ້ເພື່ອຊ່ວຍໃຫ້ທຸລະກິດທ່ານເຕີບໂຕໂດຍບໍ່ກະທົບການດຳເນີນງານປະຈຳວັນຂອງທ່ານ.

  • ເງິນກູ້ເບີກເກີນບັນຊີ
  • ເງິນກູ້ເບີກເກີນບັນຊີຊົ່ວຄາວ
  • ສິນເຊື່ອເພື່ອການນຳເຂົ້າ

ຊັບສິນ & ອຸປະກອນ

ພວກເຮົາສະໜັບສະໜຸນເປົ້າໝາຍໄລຍະຍາວຂອງທຸລະກິດທ່ານ

 

ທ່ານກຳລັງຄົ້ນຫາຄວາມເປັນໄປໄດ້ໃນການຊື້ກິດຈະການໃໝ່, ຊັບສິນທີ່ສຳຄັນ, ຫຼື ຂະຫຍາຍ ຫຼື ປັບປຸງສິ່ງອຳນວຍຄວາມສະດວກທີ່ມີຢູ່ບໍ?

ເນັ້ນໃສ່ສິ່ງທີ່ສໍາຄັນ ແລະ ໃຫ້ພວກເຮົາຊ່ວຍທ່ານໃນການສະຫນອງທຶນສຳລັບການລົງທຶນໄລຍະກາງ ແລະ ໄລຍະຍາວ.

ພາຫະນະ

ຈັດການເງິນສຳລັບພາຫະນະຂອງທຸລະກິດທ່ານ

 

ພວກເຮົາໄດ້ອອກແບບສິນເຊື່ອໃຫ້ທຸກຄົນເຂົ້າເຖິງໄດ້ເພື່ອດຳເນີນທຸລະກິດໃຫ້ດີຍິ່ງຂຶ້ນບໍ່ວ່າຈະເປັນການຊື້ລົດໃໝ່ ຫຼື ສ້ອມແປງພາຫະນະທີ່ໃຊ້ດຳເນີນທຸລະກິດ. ເຂົ້າມາປຶກສາກັບພວກເຮົາເພື່ອອອກແບບສິນເຊື່ອທີ່ແທດເໝາະກັບຄວາມສາມາດໃນການຊຳລະຂອງທ່ານໄດ້!

ຢ່າລັງເລທີ່ຕິດຕໍ່ຫາພວກເຮົາ!

ທີ່ດິນ ແລະ ອາຄານປຸກສ້າງ

ພວກເຮົາສະໜັບສະໜຸນເປົ້າໝາຍໄລຍະຍາວຂອງທຸລະກິດທ່ານ

 

ໃນຂະນະທີ່ວາງແຜນໃນການຊື້ທີ່ດິນ, ອາຄານ ຫຼື ການກໍ່ສ້າງ, ນຶກເຖິງ ທລຝ: ພວກເຮົາຢູ່ຄຽງຂ້າງທ່ານສຳລັບການດຳເນີນງານຂອງໂຄງການທ່ານ ແລະ ສະໜອງທາງເລືອກທາງດ້ານການເງິນທີ່ຕອບສະຫນອງຄວາມຕ້ອງການຂອງທ່ານ.

ເພື່ອຮຽນຮູ້ເພີ່ມຕື່ມ