ການແຕ່ງຕັ້ງໃຫ້ເປັນຜູ້ອຳນວຍການຄົນໃໝ່ຂອງ ທລຝ

ທະນາຄານລາວ-ຝຣັ່ງ ມີຄວາມປິຕິຍິນດີເປັນຢ່າງຍິ່ງ ທີ່ຈະແຈ້ງໃຫ້ທຸກທ່ານຊາບວ່າ ທ່ານ ສະເຕຟານ ອຽກແບັງ ໄດ້ຖືກແຕ່ງຕັ້ງໃຫ້ເປັນຜູ້ອຳນວຍການຄົນໃໝ່ຂອງ ທລຝ ເລີ່ມແຕ່ ວັນທີ 1 ສິງຫາ 2021 ທີ່ຜ່ານມາ.

ານ ສະເຕຟານ ໄດ້ນໍາເອົາຄວາມຮູ້, ປະສົບການທີ່ຫຼາກຫຼາຍຂອງເພິ່ນ ເພື່ອມາຜັນຂະຫຍາຍນໍາໃຊ້ເຂົ້າໃນການດໍາລົງຕໍາແໜ່ງນີ້, ເຊິ່ງເພິ່ນເຄີຍດໍາລົງຕໍາແໜ່ງເປັນຜູ້ບໍລິຫານລະດັບສູງມາຫຼາຍກວ່າ 25 ປີ ແລະມີປະສົບການໃນການເຮັດວຽກກັບທະນາຄານ ເບຣດ ເປັນເວລາຫຼາຍກວ່າ 14 ປີ. ຈາກປະສົບການທີ່ຫຼາກຫຼາຍໃນການເຮັດວຽກຂອງເພິ່ນທີ່ ກຸ່ມ ເບຣດ, ທ່ານ ສະເຕຟານ ຍັງໄດ້ຖືກແຕ່ງຕັ້ງໃຫ້ເປັນຜູ້ບໍລິຫານບັນດາສາຂາຂອງ ເບຣດ ທີ່ຢູ່ຕ່າງປະເທດອີກຫຼາຍແຫ່ງ. ໃນການດໍາລົງຕໍາແໜ່ງນີ້, ທ່ານ ສະເຕຟານ ຈະໄດ້ຮັບຜິດຊອບໃນການຂັບເຄື່ອນທິດທາງຍຸດທະສາດຂອງ ທລຝ ແລະ ຕິດຕາມກວດກາຄວາມສໍາເລັດຂອງທຸລະກິດ. ເຊິ່ງເພິ່ນຈະນໍາເອົາປະສົບການຂອງເພິ່ນ ມານໍາໃຊ້ກັບທະນາຄານ ລາວ-ຝຣັ່ງ, ໃນຖານະທີ່ເປັນທະນາຄານຢູໂຣບແຫ່ງທຳອິດໃນ ສປປ ລາວ, ເພື່ອບັນລຸເປົ້າຫມາຍໃນການໃຫ້ບໍລິການທາງດ້ານການເງິນແບບຄົບວົງຈອນທີ່ດີເລີດ, ສ້າງສາຍສຳພັນທີ່ໝັ້ນຄົງ ແລະ ຍືນຍົງກັບລູກຄ້າທັງພາຍໃນ ແລະ ຕ່າງປະເທດ ພ້ອມທັງສຸມໃສ່ວຽກງານການພັດທະນາແບບຍືນຍົງຢູ່ໃນ ສປປ ລາວ ອີກດ້ວຍ.

ທ່ານ ສະເຕຟານ ໄດ້ເຂົ້າມາຮັບຕຳແໜ່ງແທນ ທ່ານ ອາກໂນ ໂກລີເອ, ຜູ້ອໍານວຍການຄົນເກົ່າຂອງທະນາຄານລາວ-ຝຣັ່ງ ທີ່ຖືກແຕ່ງຕັ້ງໃຫ້ເປັນຜູ້ອໍານວຍການຂອງ ທລຝ ຕັ້ງແຕ່ປີ 2017. ທ່ານ ສະເຕຟານກ່າວວ່າ: “ຕ່າງໜ້າໃຫ້ທີມງານຂອງ ທະນາຄານ ລາວ-ຝຣັ່ງ, ຂ້າພະເຈົ້າຂໍກ່າວຄໍາຂອບໃຈມາຍັງ ທ່ານ ອາກໂນ ສໍາລັບຄວາມພາກພຽນ ແລະ ການຊີ້ນໍານໍາພາຕະຫຼອດໄລຍະເວລາ 4 ປີ ທີ່ຜ່ານມາ. ຍ້ອນໄດ້ຮັບການນໍາພາ ແລະ ການສະໜັບສະໜູນທີ່ດີຈາກ ທ່ານ ອາກໂນ, ທະນາຄານ ລາວ-ຝຣັ່ງ ຈຶ່ງກາຍເປັນທະນາຄານໜຶ່ງທີ່ມີຄວາມເຂັ້ມແຂງທາງດ້ານການໃຫ້ບໍລິການທາງດ້ານການເງິນທີ່ດີຢູ່ໃນ ສປປ ລາວ”.

"ຂ້າພະເຈົ້າ ຮູ້ສຶກເປັນກຽດທີ່ໄດ້ຮັບຕໍາແໜ່ງເປັນຜູ້ອຳນວຍການຂອງທະນາຄານ ລາວ-ຝຣັ່ງ ໃນຄັ້ງນີ້, ພວກເຮົາມຸ່ງໝັ້ນໃນການຂະຫຍາຍ ແລະຈະສືບຕໍ່ເອົາໃຈໃສ່ໃນການພັດທະນາທາງດ້ານການບໍລິການທາງທະນາຄານທີ່ທັນສະໄໝ ເພື່ອຕອບສະໜອງຄວາມຕ້ອງການຂອງລູກຄ້າ ແລະ ຄູ່ຮ່ວມທຸລະກິດຂອງພວກເຮົາ. ນອກຈາກນີ້, ພວກເຮົາຍັງໄດ້ສຸມໃສ່ວຽກງານການສ້າງຂີດຄວາມສາມາດໃນການສະໜອງຜະລິດຕະພັນດີຈີຕອນຮູບແບບໃຫມ”.ທ່ານ ສະເຕຟານ ຍັງໄດ້ກ່າວຕື່ມອີກວ່າ: “ພວກເຮົາຖືວ່າໂຊກດີທີ່ໄດ້ເປັນສ່ວນໜຶ່ງຂອງກຸ່ມ ເບຣດ, ເຊິ່ງເປັນອົງກອນທີ່ມີິວິໄສທັດອັນກວ້າງໄກ. ເຖິງວ່າຈະຢູ່ໃນສະຖານະການທີ່ວິກິດທາງດ້ານເສດຖະກິດແບບນີ້ກໍ່ຕາມ,ພວກເຮົາຖືວ່າເຮົາປັນອົງກອນໜຶ່ງທີ່ມີຄວາມເຂັ້ມແຂງທາງດ້ານການເງິນ. ນອກຈາກນີ້, ພວກເຮົາຍັງມີຄວາມເຊື່ອໝັ້ນໃນທ່າແຮງຂອງຄົນລາວ, ພວກເຮົາຕ້ອງການທີ່ສຸມໃສ່ໃນການລົງທຶນໃສ່ບຸກຄະລາກອນ, ເຄື່ອງມືທີ່ທັນສະໄໝ ແລະ ການພັດທະນາເຄື່ອຂ່າຍສາຂາຂອງພວກເຮົາໃຫ້ເຕີບໂຕຍິ່ງຂຶ້ນໄປ.”