ຄໍາຖາມທີ່ຖາມເລື້ອຍໆ

 

ພວກເຮົາສາມາດຊ່ວຍທ່ານໄດ້ແນວໃດ? ຖ້າທ່ານມີຄຳຖາມ ກະລຸນາອ່ານທີ່ຄຳຖາມທີ່ພົບເລື້ອຍໆ (FAQ) ຂອງພວກເຮົາເພື່ອຮັບຄຳຕອບທີ່ທ່ານຕ້ອງການ. ໃນກໍລະນີມີຂໍ້ສົງໄສເພີ່ມເຕີມ, ກະລຸນາຕິດຕໍ່ທີມງານສະໜັບສະໜູນລູກຄ້າທີ່ເບີ +856 (21) 285 444.

ທົ່ວໄປ

ໜ່ວຍບໍລິການມີໄຊ (ນະຄອນຫຼວງວຽງຈັນ) ແລະ ໜ່ວຍບໍລິການຫຼວງພະບາງຂອງພວກເຮົາ ເປີດໃຫ້ບໍລິການ 7 ວັນ ຕໍ່ອາທິດ, ເລີ່ມແຕ່ເວລາ 8:30ໂມງ ເຖິງ 18:00 ໂມງ

ວີທີທີ່ງ່າຍທີ່ສຸດໃນການກວດສອບຍອດຄົງເຫຼືອຂອງບັນຊີ ແມ່ນກວດຜ່ານອີແບັງຄິ້ງຂອງ ທລຝ ຫຼື ແອັບເທິງມືຖື: ກົດທີ່ນີ້ສໍາລັບ (App Store) ຫຼື ທີ່ນີ້ສໍາລັບ (Android Store) ເພື່ອດາວໂຫຼດແອັບຂອງພວກເຮົາ

 

ໃນກໍລະນີທີ່ທ່ານຍັງບໍ່ທັນມີບັນຊີນໍາໃຊ້ທະນາຄານແບບດິຈີຕອລຂອງພວກເຮົາ, ທ່ານສາມາດຕິດຕໍ່ຫາພະນັກງານໃຫ້ການສະໜັບສະໜູນລູກຄ້າຂອງພວກເຮົາ ຫຼື ເຂົ້າມາທີ່ໜ່ວຍບໍລິການຂອງພວກເຮົາທຸກສາຂາໃກ້ບ້ານທ່ານ.

ເພື່ອ​ຫຼີກ​ລ້ຽງ​ບັນ​ຫາ ຫຼື ​ຄວາມ​ລ່າ​ຊ້າໃນ​ການ​ໂອນເງິນອອກ ​ແລະ ​​ຮັບ​ເງິນໂອນ​, ​ກະລຸນາກວດເບິ່ງວ່າທ່ານໄດ້​ໃຫ້​ຂໍ້​ມູນ​ທີ່​ຖືກ​ຕ້ອງ​ແລ້ວ: ລະ​ຫັດ SWIFT ຂອງທະ​ນາ​ຄານ​, ຊື່ບັນຊີ ແລະ ເລກ​ບັນ​ຊີ (ບໍ່​ມີ​ການ​ສະ​ກົດ​ຜິດ​), ເຫດ​ຜົນ​ການ​ໂອນ ​ແລະ ​ອື່ນໆ.

 

ຖ້າ​ຫາກ​ທ່ານ​ຍັງ​ພົບ​ບັນ​ຫາ​, ກະ​ລຸ​ນາ​ຕິດ​ຕໍ່​ຫາທີມງານໃຫ້ການສະໜັບສະໜຸນລູກຄ້າຂອງ​ພວກ​ເຮົາໄດ້ທີ່​ contact@bfl.la ຫຼື​ ໂທ: +856 21 285 444 (ພາຍໃນໂມງລັດຖະການ).

ໃນກໍລະນີທີ່ບັດວີຊ້າຂອງທ່ານສູນຫາຍ ຫຼື ຖືກລັກ, ກະລຸນາຕິດຕໍ່ຫາພວກເຮົາໄດ້ທີ່:
ເບີໂທ: ທີ່ເບີ +856 20 59 658 321 ເພື່ອຕິດຕໍ່ທີມງານໃຫ້ການຊ່ວຍເຫຼືອດ້ານເຕັກນິກຂອງພວກເຮົາ 7 ວັນ ຕໍ່ອາທິດ, ເລີ່ມແຕ່ 8.30 ເຖິງ 21.30
ອີເມວ໌: ຕິດຕໍ່ຫາທີມງານໃຫ້ການສະໜັບສະໜູນລູກຄ້າຂອງພວກເຮົາໄດ້ທີ່ contact@bfl.la, ໃນວັນລັດຖະການ ແລະ ເວລາເຮັດວຽກ (8.30-17.00)
 ເວັບໄຊ VISA: ສໍາລັບຂໍ້ມູນເພີ່ມຕື່ມສາມາດເຂົ້າເບິ່ງໄດ້ທີ່ www.visaeurope.com/lost-your-card

ສຳລັບທ່ານທີ່ຕ້ອງການໃຊ້ບໍລິການຕູ້ເຊັບຂອງທະນາຄານ, ທ່ານສາມາດຕິດຕໍ່ຫາພະນັກງານໃຫ້ການສະໜັບສະໜູນລູກຄ້າຂອງພວກເຮົາ ຫຼື ເຂົ້າມາທີ່ໜ່ວຍບໍລິການຂອງພວກເຮົາທຸກສາຂາໃກ້ບ້ານທ່ານ.

ສຳລັບຂໍ້ມູນກ່ຽວກັບການໂອນເງິນ, ຫາໄດ້ງ່າຍໆພຽງແຕ່ທ່ານເຂົ້າລະບົບ ອີແບັງຄີງ ແລະ ແອັບໃນໂທລະສັບ,ຕິດຕໍ່ຫາພະນັກງານໃຫ້ການສະໜັບສະໜູນລູກຄ້າຂອງພວກເຮົາ ຫຼື ເຂົ້າມາທີ່ໜ່ວຍບໍລິການຂອງພວກເຮົາທຸກສາຂາໃກ້ບ້ານທ່ານ.

ໃນກໍລະນີທີ່ທຸລະກໍາບໍ່ໄດ້ເກີດຂຶ້ນໂດຍທ່ານ, ກະລຸນາຕິດຕໍ່ຫາພະນັກງານໃຫ້ການສະໜັບສະໜູນລູກຄ້າຂອງພວກເຮົາ ຫຼື ເຂົ້າມາທີ່ໜ່ວຍບໍລິການຂອງພວກເຮົາທຸກສາຂາໃກ້ບ້ານທ່ານ.

ຖ້າທ່ານຕ້ອງການຮຽນຮູ້ກ່ຽວກັບຄ່າທໍານຽມ & ຄ່າບໍລິການຂອງພວກເຮົາ, ທ່ານສາມາດ ກົດທີ່ນີ້ຖ້າທ່ານມີຄໍາຖາມ ຫຼື ຂໍ້ສົງໄສກ່ຽວກັບບັນຊີ ຫຼື ຄ່າທໍານຽມຂອງພວກເຮົາ, ທ່ານສາມາດຕິດຕໍ່ຫາພະນັກງານໃຫ້ການສະໜັບສະໜູນລູກຄ້າຂອງພວກເຮົາ ຫຼື ເຂົ້າມາທີ່ໜ່ວຍບໍລິການຂອງພວກເຮົາທຸກສາຂາໃກ້ບ້ານທ່ານ.

ການເປີດບັນຊີ

ທ່ານສາມາດເປີດບັນຊີຂອງ ທລຝ ໄດ້ທີ່ ທລຝ ທຸກໜ່ວຍບໍລິການໃກ້ບ້ານທ່ານ (ຄົ້ນຫາທີ່ນີ້) ໃນການເປີດບັນຊີສ່ວນບຸກຄົນ ທ່ານຕ້ອງກະກຽມເອກະສານທີ່ຢືນຢັນຕົວຕົນ, ໃບອະນຸຍາດເຮັດວຽກ ແລະ ພັກເຊົາສໍາລັບຄົນຕ່າງປະເທດທີ່ຢູ່ອາໄສລາວ ພ້ອມທັງຕື່ມແບບຟອມການເປີດບັນຊີຂອງ ທລຝ.

ເມື່ອທ່ານຕ້ອງການຈະເຮັດທຸລະກຳທະນາຄານກັບ ທລຝ ສ່ວນບຸກຄົນ, ພວກເຮົາຈະມີ 3 ຕົວເລືອກບັນຊີ ທີ່ແທັດເໝາະກັບທາງເລືອກຂອງທ່ານ.
ຖ້າທ່ານເຮັດທຸລະກິດ ພວກເຮົາຂໍແນະນໍາໃຫ້ທ່ານສະໝັກສໍາລັບ ບັນຊີທຸລະກິດເພື່ອໃຫ້ທ່ານສາມາດຮັບຜົນປະໂຫຍດຈາກຜະລິດຕະພັນ ແລະ ຄ່າທໍານຽມທີ່ເໝາະສົມທີ່ສຸດ.

ການອອມເງິນ

ສຳລັບອັດຕາເງິນຝາກແມ່ນສາມາດເບິ່ງໄດ້ທີ່ນີ້.

ເງິນຝາກປະຈໍາ

ໃນກໍລະນີທີ່ທ່ານຕ້ອງການຝາກເງິນເປັນຈຳນວນຫຼາຍ, ພະນັກງານຝ່າຍຂາຍສ່ວນບຸກຄົນສາມາດຮັບພິຈາລະນາເງື່ອນໄຂຂອງທ່ານ ແລະ ດຳເນີນການຂໍອັດຕາດອກເບ້ຍພິເສດ.
ກະລຸນາຮັບຊາບວ່າຈະຕ້ອງໄດ້ຮັບການອະນຸມັດຈາກ ທລຝ ແລະ ບໍ່ແມ່ນທຸກກໍລະນີທີ່ຈະໄດ້ຮັບອັດຕາດອກເບ້ຍພິເສດ.

ສຳລັບອັດຕາດອກເບ້ຍເງິນຝາກ, ກະລຸນາກົດ ທີ່ນີ້ຖ້າທ່ານມີຄຳຖາມເພີ່ມເຕີມ, ກະລຸນາຕິດຕໍ່ພວກເຮົາ ຫຼື ເຂົ້າມາພົວພັນໂດຍກົງໄດ້ທີ່ໜ່ວຍບໍລິການໃກ້ບ້ານທ່ານ!

ບັດວີຊ້າ ເດບິດ

ເວລາທີ່ຢູ່ເຄົາເຕີ້ຈ່າຍເງິນ, ທ່ານພຽງແຕ່ແຕະບັດໃສ່ເຄື່ອງຮູດບັດ; ລໍຖ້າ 2-3ວິນາທີ: ເມື່ອແສງສີຂຽວຂຶ້ນ ແລະ ຈະໄດ້ຍິນສຽງປິບ, ນັ້ນແປວ່າ ການຊຳລະເງິນຜ່ານແລ້ວ. ຫລັງຈາກນັ້ນຮ້ານຄ້າຈະໃຫ້ໃບບິນແກ່ທ່ານ.

ການຊຳລະເງິນແບບບໍ່ສຳຜັດສາມາດຖືກປະຕິເສດໄດ້ເມື່ອຈຳນວນເງິນເກີນ 50 ໂດລາ ຫຼື ທຽບເທົ່າ ເນື່ອງຈາກເຫດຜົນດ້ານຄວາມປອດໄພ ແລະ ທ່ານອາດຈະຕ້ອງໄດ້ໃຊ້ບັດວີຊ່າຂອງທ່ານຊຳລະຜ່ານເຄື່ອງຮູດບັດ.

ການຖອນເງິນ ແລະ ວົງເງິນການໃຊ້ຈ່າຍດວ້ຍບັດວີຊ່າແມ່ນຈະຄິດໄລ່ຕໍ່ວັນ (24 ຊົ່ວໂມງຖັດໄປ) ແລະ ຕໍ່ເດືອນ (30 ວັນຖັດໄປ). ວົງເງິນແມ່ນຈະຂຶ້ນກັບແພັກເກັດບັນຊີຂອງທ່ານ; ກະລຸນາ ກົດທີ່ນີ້ ເພື່ອປຶກສາ ຫຼື ຕິດຕໍ່ຜູ້ຈັດການຝ່າຍປະຊາສຳພັນລູກຄ້າເພື່ອຂໍຂໍ້ມູນເພີ່ມເຕີມ.

ໃນກໍລະນີທີ່ບັດວີຊ້າຂອງທ່ານສູນຫາຍ ຫຼື ຖືກລັກ, ກະລຸນາຕິດຕໍ່ຫາພວກເຮົາໄດ້ທີ່:
ເບີໂທ: ທີ່ເບີ +856 20 59 658 321 ເພື່ອຕິດຕໍ່ທີມງານໃຫ້ການຊ່ວຍເຫຼືອດ້ານເຕັກນິກຂອງພວກເຮົາ 7 ວັນ ຕໍ່ອາທິດ, ເລີ່ມແຕ່ 8.30 ເຖິງ 21.30
ອີເມວ໌: ຕິດຕໍ່ຫາທີມງານໃຫ້ການສະໜັບສະໜູນລູກຄ້າຂອງພວກເຮົາໄດ້ທີ່ contact@bfl.la, ໃນວັນລັດຖະການ ແລະ ເວລາເຮັດວຽກ (8.30-17.00)
 ເວັບໄຊ VISA: ສໍາລັບຂໍ້ມູນເພີ່ມຕື່ມສາມາດເຂົ້າເບິ່ງໄດ້ທີ່ www.visaeurope.com/lost-your-card

ທ່ານສາມາດຊຳລະເງິນກັບຮ້ານຄ້າດ້ວຍບັດວີຊ້າຂອງທ່ານແບບບໍ່ຕ້ອງໃສ່ລະຫັດ pin. ວິທີການຊໍາລະນີ້ໃຊ້ສໍາລັບຈໍານວນບໍ່ເກີນ 50ໂດລາ ຫຼື ທຽບເທົ່າ.

ເຂົ້າມາທີ່ໜ່ວຍບໍລິການຂອງພວກເຮົາທີ່ໃກ້ບ້ານທ່ານ ຫຼື ຕິດຕໍ່ຜູ້ຈັດການຝ່າຍປະຊາສຳພັນລູກຄ້າ.

ດິຈີຕອນ

ໃນກໍລະນີທີ່ທ່ານມີບັນຊີໃນລະບົບອີແບັງຄິງໃໝ່ຂອງ ທລຝ ແລ້ວ, ໃຫ້ກົດທີ່ນີ້. ແຕ່ໃນກໍລະນີທີ່ທ່ານບໍ່ທັນມີບັນຊີ, ໃຫ້ຕິດຕໍ່ຫາທີມງານໃຫ້ການສະໜັບສະໜຸນລູກຄ້າ ຫລື ຜູ້ຈັດການຝ່າຍປະຊາສຳພັນລູກຄ້າ ເພື່ອລົງທະບຽນເປີດບັນຊີນໍາໃຊ້.

ສຳລັບທ່ານທີ່ມີຈຸດປະສົງຕ້ອງການໂອນເງິນໃຫ້ດຳເນີນດັ່ງນີ້:

1. ເຂົ້າສູ່ທະນາຄານດິຈິຕອນ (ອີແບັງຄິງ, ແອັບມືຖື ...) ຂອງພວກເຮົາ

2. ໃຫ້ທ່ານກົດໄປທີ່ສັນຍາລັກ “ໂອນເງິນ” ໃຫ້ໜ້າຫຼັກ

3. ເລືອກປະເພດການໂອນເງິນ

4. ຕື່ມຂໍ້ມູນການໂອນ (ຊື່ຜູ້ຮັບ, ເລກບັນຊີ, ຈຳນວນເງິນ ແລະ ອື່ນໆ)

5. ຢືນຢັນລາຍການໂອນເງິນ ສຳລັບທ່ານທີ່ຕ້ອງການໂອນໄປຕ່າງປະເທດ, ສາມາດເບິ່ງວິດີໂອສາທິດການໂອນເງິນໄປຕ່າງປະເທດໄດ້ພຽງແຕ່ກົດທີ່ນີ້

ຫາກຕ້ອງການລະຫັດຢືນຢັນ (ລະຫັດຢືນຢັນຄັ້ງດຽວ) ທາງອີເມວກະລຸນາຕິດຕໍ່ພະນັກງານຝ່າຍປະຊາສຳພັນລູກຄ້າ ຫຼື ເຂົ້າມາທີ່ໜ່ວຍບໍລິການຂອງພວກເຮົາທີ່ໃກ້ບ້ານທ່ານ.

BFL Connect ແມ່ນໜຶ່ງໃນເຄື່ອງ​ມື​​ທະ​ນາ​ຄານ​ດິ​ຈິ​ຕອນ​ຂອງ​ ທລຝ ​​ທີ່​ທ່ານ​ສາ​ມາດ​ກວດສອບ ​ແລະ ​ຈັດການ​ເງິນ​ຂອງ​ທ່ານ​, ເຮັດ​ທຸ​ລະ​ກໍາຕ່າງໆ​ເຊັ່ນ​: ການ​ໂອນ​ເງິນ, ດາວໂຫຼດໃບຢັ້ງຢືນການຝາກ-ຖອນ​​, ຊຳລະເງິນ​ຜ່ານ​​ລະ​ຫັດ QR​, ການ​ກູ້​ຢືມ​ເງິນ ແລະ ອື່ນໆ. ທ່ານສາມາດເຂົ້າສູ່ລະບົບໄດ້ຈາກຄອມພິວເຕີ, ແທັບເລັດ ຫຼື ໂທລະສັບມືຖື ໄດ້ຕະຫຼອດ 24ຊົ່ວໂມງ

OTP ຫຍໍ້ມາຈາກ “ລະບົບລະຫັດຄັ້ງດຽວ”: ເປັນການສົ່ງລະຫັດຢືນຢັນໃຫ້ທ່ານ ເພື່ອປ້ອງກັນການເຮັດທຸລະກຳອອນໄລນ໌ຈາກການຖືກແຮັກ ແລະ ລະຫັດຈະໃຊ້ໄດ້ຄັ້ງດຽວຕໍ່ການເຮັດທຸລະກຳອອນໄລນ໌ໜຶ່ງຄັ້ງ.

ສິນເຊື່ອ

ຂັ້ນຕອນທໍາອິດແມ່ນທ່ານຕ້ອງກະກຽມແຜນສະເຫນີໂຄງການຂອງທ່ານໂດຍມີເອກະສານທີ່ກ່ຽວຂ້ອງທັງຫມົດຕິດຄັດມາພ້ອມ. ຫຼັງຈາກນັ້ນ, ໂທຫາ ຫຼື ອີເມລ໌ສູນບໍລິການລູກຄ້າຂອງພວກເຮົາ, ຕິດຕໍ່ພະນັກງານຝ່າຍຂາຍສ່ວນບຸກຄົນ ຫຼື ເຂົ້າໄປສາຂາບໍລິການໃກ້ບ້ານທ່ານ.

ສຳລັັບຂໍ້ມູນເພີ່ມເຕີມກ່ຽວກັບອັດຕາດອກເບ້ຍສິນເຊື່ອລົດ, ກົດທີ່ນີ້.

ໄລຍະເວລາສູງສຸດສຳລັບສິນເຊື່ອເຮືອນແມ່ນ 7 ປີ. ຖ້າທ່ານມີໂຄງການພິເສດ ຫຼື ຄວາມຕ້ອງການສະເພາະສາມາດຕິດຕໍ່ພະນັກງານຝ່າຍປະຊາສຳພັນລູກຄ້າ ຫຼື ຕິດຕໍ່ໜ່ວຍງານໃຫ້ການສະໜັບສະໜູນລູກຄ້າເພື່ອນັດພົບ.

ພວກເຮົານຳສະເໜີທາງເລືອກທາງການເງິນທີ່ເຕັມຮູບແບບສຳລັບລູກຄ້າສ່ວນບຸກຄົນ ແລະ ທຸລະກິດ ເຊັ່ນວ່າ: ສິນເຊື່ອສ່ວນບຸກຄົນ, ສິນເຊື່ອເຮືອນ, ສິນເຊື່ອພາຫະນະ ແລະ ສິນເຊື່ອ SMEສິນເຊື່ອເງິນທຶນໝູນວຽນ ແລະ ອື່ນໆ. ສຳລັບຂໍ້ມູນເພີ່ມເຕີມກ່ຽວກັບອັດຕາດອກເບ້ຍ ແລະ ເງື່ອນໄຂກະລຸນາກົດທີ່ນີ້.

ຄວາມປອດໄພ

ພວກເຮົາຂໍແນະນໍາໃຫ້ທ່ານດຳເນີນການເປີດບັນຊີໃຫ້ສຳເລັດທີ່ໜ່ວຍບໍລິການໃດໜຶ່ງຂອງພວກເຮົາດ້ວຍ ສອງເຫດຜົນ:
ຂັ້ນຕອນທຳອິດ ພວກເຮົາຕ້ອງໄດ້ຢືນຢັນຕົວຕົນຂອງເຈົ້າຂອງບັນຊີ ເພື່ອປ້ອງກັນການຫຼອກລວງ/ສໍ້ໂກງ.
ຈາກນັ້ນ ທ່ານສາມາດສະໝັກອິນເຕີເນັດແບັງຄີ້ງ ແລະ ຂໍນຳໃຊ້ຜະລິດຕະພັນບັດວີຊ່າເພື່ອສຳເລັດການເປີດບັນຊີຂອງທ່ານ.

ເລັ່ງດ່ວນ

ເພື່ອດຳເນີນການລະງັບບັດວີຊ້າໃຫ້ຕິດຕໍ່ທີ່ເບີ 021 285 444 ຫຼື ອີເມວ: contact@bfl.la (ໃນໂມງເຮັດການ, ເວລາ 8.30 ຫາ 17.00). ໃນກໍລະນີກາຍໂມງເຮັດການ, ກະລຸນາເຂົ້າໄປທີ່ເວັບໄຊທ໌ຂອງວີຊ້າ ກົດບ່ອນນີ້ ຫຼື ໂທຫາບໍລິການຊ່ວຍເຫຼືອຂອງບັດວີຊ້າທົ່ວໂລກທີ່: 001-800-11-535-0660 (ເບີໄທ).