ການຝຶກອົບຮົມ BFL ກ້າວໜ້າ ໄດ້ເລີ່ມຂຶ້ນແລ້ວທີ່ ທລຝ

Give your project every chance to succeed

ໃຫ້ທຸກໆໂຄງການຂອງທ່ານປະສົບຜົນສໍາເລັດ - ໃນອາທິດທີ່ຜ່ານມາ, ພວກເຮົາຮູ້ສຶກພູມໃຈກັບການເປີດງານຝຶກອົບຮົມ #BFLກ້າວໜ້າ ໂດຍມີຈຸດປະສົງໃຫ້ MSMEs ຢູ່ໃນປະເທດລາວ ມີໂອກາດໄດ້ຮຽນຮູ້ທາງດ້ານການເງິນ ຕະຫຼອດເຖິງ ການປະເມີນສະຖານະທາງດ້ານການເງິນຂອງທຸລະກິດຕົນເອງ. #BFLKaona training series, aiming to provide MSMEs owners in Laos with an in-depth understanding and analysis of their own business financial situation, which can be helpful to adapt their business strategy and prepare them for access to financial solutions.

ໃນການຝຶກອົບຮົມຄັ້ງນີ້ໄດ້ມີຜູ້ເຂົ້າຮ່ວມທີ່ມາຈາກຫຼາຍຂະແໜງການ ແລະ ໄດ້ມີໂອກາດສ້າງແຜນທຸລະກິດຂອງຕົວເອງ ໂດຍໄດ້ຮັບຄຳແນະນຳຈາກຄູຝຶກທີ່ມີປະສົບການ ແລະ ທີມງານຂອງ ທລຝ ທີ່ອໍານວຍຄວາມສະດວກໃນການເຂົ້າເຖິງທາງດ້ານການເງິນອີກດ້ວຍ.

ພວກເຮົາດີໃຈທີ່ເຮັດໃຫ້ງານຄັ້ງທໍາອິດນີ້ເກີດຂຶ້ນ ແລະ ໝັ້ນໃຈວ່າມັນໄດ້ສົ່ງຜົນດີຕໍ່ກັບຜູ້ເຂົ້າຮ່ວມທຸກທ່ານໃນການດໍາເນີນທຸລະກິດຂອງພວກເຂົາໃຫ້ປະສົບຜົນສໍາເລັດ. ຂອບໃຈທຸກໆທ່ານ ສຳລັບການເຂົ້າຮ່ວມໃນຄັ້ງນີ້!

ຖ້າທ່ານສົນໃຈຢາກເຂົ້າຮ່ວມງານຝຶກອົບຮົມຂອງພວກເຮົາໃນຄັ້ງໜ້າ, ຢ່າພາດທີ່ຈະຕິດຕາມຂ່າວໃນເພສຂອງພວກເຮົາ.

ຖ້າທ່ານສົນໃຈຢາກເຂົ້າຮ່ວມງານຝຶກອົບຮົມຂອງພວກເຮົາໃນຄັ້ງໜ້າ, ຢ່າພາດທີ່ຈະຕິດຕາມຂ່າວໃນເພສຂອງພວກເຮົາ.