ທລຝ ໄດ້ໃຫ້ການສະໜັບສະໜູນແກ່ ມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ 1624

ທະນາຄານ ລາວ-ຝຣັ່ງ ຈໍາກັດ (ທລຝ) ໄດ້ໃຫ້ການສະໜັບສະໜູນແກ່ ມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ ໂດຍການມອບເງິນອຸປະຖໍາຈໍານວນ 50.000 ໂດລາສະຫາລັດ ເພື່ອປະກອບສ່ວນສະໜັບສະໜູນໜ່ວຍກູ້ໄພມູນນິທິ 1623 ໂດຍມີເປົ້າໝາຍ ເພື່ອເປັນການຊ່ວຍເຫຼືອສັງຄົມລາວຂອງພວກເຮົາ.

ໃນຊ່ວງໄລຍະວິກິດການນີ້, ໜ່ວຍກູ້ໄພມູນນິທິ 1623 ແລະ ທີມງານອາສາສະໝັກຂອງພວກເຂົາ ໄດ້ເຮັດວຽກຢ່າງໜັກໜ່ວງເພື່ອໃຫ້ການບໍລິການສຸກເສີນຕະຫຼອດ 24 ຊົ່ວໂມງ ເພື່ອຊ່ວຍເຫຼືອຜູ້ປະສົບອຸປະຕິເຫດທາງທ້ອງຖະໜົນ, ໄຟໄໝ້, ນ້ຳຖ້ວມ, ແລະ ອື່ນໆອີກຢ່າງຫຼວງຫຼາຍຢູ່ໃນຊຸມຊົນຂອງພວກເຮົາ.

ສໍາລັບເງິນອຸປະທໍາດັ່ງກ່າວ ແມ່ນຈະນໍາໄປຊື້ພາຫະນະ ເພື່ອໃຊ້ໃນການນໍາສົ່ງຄົນເຈັບໄປໂຮງໝໍຕະຫຼອດ 24 ຊົ່ວໂມງ. ພິທີດັ່ງກ່າວ ໄດ້ໃຫ້ກຽດເປັນປະທານໂດຍທ່ານ ສະເຕຟານ ອຽກແບັງ, ຜູ້ອໍານວຍການທະນາຄານ ລາວ-ຝຣັ່ງ ແລະ ທ່ານ ນາງ ສີສະຫຼຽວ ທໍາມະເທວາ ແລະ ທ່ານ ນາງ ພູທອນ ພູມສະຫວັນ ປະທານມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ.

ທ່ານ ສະເຕຟານ ອຽກແບັງ ໄດ້ກ່າວວ່າ: “ໃນຊ່ວງໄລຍະການແຜ່ລະບາດຂອງພະຍາດໂຄວິດ-19 ນີີ້, ພວກເຮົາໄດ້ເຫັນເຖິງຈໍານວນຂອງຄົນຕິດເຊຼືີ້ອທີື່ສູງຂ ີ້ນບໍໍ່ວ່າຈະຢູ່ໃນນະຄອນຫຼວງວຽງຈັນ ແລະ ແຂວງອຼືື່ນໆທົັ່ວປະເທດ. ສໍາລັບໜ່ວຍງານ ແລະ ບຸກຄົນທີື່ໄດ້ອຸທິດຕົນ ເພຼືື່ອຊ່ວຍຊີວິດຂອງມະນຸດດ້ວຍກັນ, ພວກເຮົາຂໍສະແດງຄວາມຂອບໃຈ ແລະ ຍົກຍ້ອງມາຍັງໜ່ວຍກູ້ໄພມູນນິທິ1623 ແລະ ທີມງານອາສາສະໝັກທຸກໆຄົນ ທີື່ໃຫ້ການຊ່ວຍນໍາສົັ່ງຜູ້ປ່ວຍໂຄວິດ-19 ໄປປ ິ່ນປ ວ ຕະຫຼອດເຖິງການປະຖົມພະຍາບານເບຼືີ້ອງຕົີ້ນ. ດ້ວຍເຫດນີີ້, ທະນາຄານ ລາວ-ຝຣັັ່ງ ຈ ື່ງຂໍເປັນສ່ວນໜ ື່ງໃນການແບ່ງປັນຊ່ວຍເຫຼຼືອ ແລະ ໃຫ້ກໍາລັງ ໃຈແກ່ອາສາສະໝັກທຸກຄົນທີື່ອຸທິດຕົນເຮັດວຽກຢ່າງໜັກໜ່ວງ ເພຼືື່ອຊ່ວຍເຫຼຼືອສັງຄົມຂອງພວກເຮົາ”. ທ່ານ ສະເຕຟານ ຍັງໄດ້ກ່າວຕຼືື່ມອີກວ່າ: “ເພຼືື່ອໃຫ້ບັນລຸເປົ້າໝາຍທາງທະນາຄານລາວ - ຝຣັັ່ງ ໄດ້ປະກອບສ່ວນມອບເງິນອຸປະຖໍາຈໍານວນ 50.000 ໂດລາສະຫາລັດ ໃຫ້ແກ່ໜ່ວຍກູ້ໄພມູນນິທິ1623, ເຊິື່ງເປັນໜ່ວຍງານທີື່ຂ ີ້ນກັບມູນນິທິຊ່ວຍເຫຼຼືອຄົນທຸກຍາກແຫ່ງ ສປປ ລາວ ເພຼືື່ອນໍາໄປຊຼືີ້ພາຫະນະ ທີື່ຈະນໍາໄປໃຊ້ໃນການໃຫ້ບໍລິການສຸກເສີນໃນຊ່ວງໄລຍະທີ່ຫຍຸ້ງຍາກແບບນີີ້ຢູ່ໃນ ສປປ ລາວ. ນອກຈາກນີີ້, ທະນາຄານ ລາວ-ຝຣັັ່ງ ກໍໍ່ຍັງຈະສຼືບຕໍໍ່ສະໜັບສະໜູນການຕ້ານການລະບາດຂອງພະຍາດໂຄວິດ19 ຢູ່ໃນ ສປປ ລາວ ຕື່ມອີກ".

ພວກເຮົາຂໍເປັນກໍາລັງໃຈໃຫ້ອາສາສະໝັກທຸກຄົນທີ່ເສຍສະຫຼະ, ເຮັດວຽກຢ່າງໜັກໜ່ວງ ແລະ ຂໍໃຫ້ທຸກຄົນມີສຸຂະພາບແຂງແຮງ ແລະ ປອດໄພຈາກພະຍາດໂຄວິດ-19 ແລະ ຮ່ວມກັນປະຕິບັດຕາມມາດຕະການຂອງລັດຢ່າງເຄັ່ງຄັດ ເຊິ່ງຈະເປັນສ່ວນສໍາຄັນທີ່ຈະຊ່ວຍໃຫ້ປະເທດລາວຂອງພວກເຮົາຜ່ານພົ້ນວິກິດໂຄວິດ-19 ຄັ້ງນີ້ໄດ້ໄວທີ່ສຸດ.

ກ່ຽວກັບໜ່ວຍກູ້ໄພມູນນິທິ 1623

ໜ່ວຍກູ້ໄພມູນນິທິ 1623 ເປັນໜ່ວຍງານທີ່ຂຶ້ນກັບມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປ ລາວ ທີ່ໄດ້ສ້າງຕັ້ງຂຶ້ນໃນປີ 2010 ແລະ ໄດ້ຂະຫຍາຍໜ່ວຍບໍລິການໄປອີກ 4 ໜ່ວຍໃນ 4 ແຂວງທົ່ວປະເທດ.

ໜ່ວຍກູ້ໄພມູນນິທິ 1623 ໄດ້ໃຫ້ບໍລິການກູ້ໄພແກ່ພົນລະເມືອງລາວທຸກຄົນໂດຍບໍ່ເສຍຄ່າ, ພ້ອມທັງມີທີມແພດພາກສະໜາມ, ທີມຊ່ວຍເຫລືອໄພນໍ້າຖ່ວມ, ທີມຂັບລົດສຸກເສີນ ແລະ ທີມຊ່ວຍເຫລືອອັກຄີໄພ. ບັນດາອາສາສະໝັກດັ່ງກ່າວ ແມ່ນໄດ້ຮັບການຝຶກຝົນມາຢ່າງດີ ແລະ ມຸ່ງໜັ້ນໃນການເຮັດວຽກຕະຫຼອດ 24 ຊົ່ວໂມງຂອງທຸກວັນໂດຍມີລົດສຸກເສີນຈໍານວນ 20 ຄັນ, ພ້ອມທັງລົດພິເສດ 3 ຄັນ ແລະ ລົດດັບເພິງ 2 ຄັນ.

ກະລຸນາເຂົ້າໄປທີ່ www.vientianerescue.org ກ່ຽວກັບໜ່ວຍກູ້ໄພມູນນິທິວຽງຈັນ 1623.

ກ່ຽວກັບ ທະນາຄານລາວ-ຝຣັ່ງ (ທລຝ)

ທລຝ ແມ່ນການຮ່ວມທຶນລະຫວ່າງທະນາຄານລາວຝຣັ່ງ BRED Banque Populaire (BRED Group) ແລະ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ.

BRED ແມ່ນກຸ່ມບໍລິສັດຂອງ Banque Populaire ເຊິ່ງໄດ້ຮັບການສະໜັບສະໜູນຈາກສະມາຊິກ 200,000 ຄົນ ແລະ ມີມູນຄ່າ 4,4 ຕື້ເອີໂຣ, ສ້າງຂື້ນໃນປີ 1919. ເປັນສ່ວນໜຶ່ງ ຂອງບໍລິສັດ BPCE Group, ຈັດຢູ່ໃນອັນດັບ #17 ຂອງກຸ່ມທະນາຄານທົ່ວໂລກໃນແງ່ຂອງຊັບສິນ , BRED ຖືກສ້າງຕັ້ງຂຶ້ນທົ່ວໂລກດ້ວຍບໍລິສັດຍ່ອຍທີ່ຕັ້ງຢູ່ໃນອາຊີຕາເວັນອອກສຽງໃຕ້ (ລາວ, ກຳປູເຈຍ, ມຽນມາ), ພາກຕາເວັນອອກຂອງ ອາຟຣິກກາ (Djibouti ແລະ Ethiopia), ພາກພື້ນປາຊີຟິກ (New-Caledonia, Fiji, Vanuatu, ແລະ Islands Solomon). ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ແມ່ນທະນາຄານການຄ້າທີ່ໃຫຍ່ທີ່ສຸດໃນ ສປປ ລາວ.

ກະລຸນາເຂົ້າໄປທີ່ bfl-bred.com ສຳລັບລາຍລະອຽດເພີ່ມເຕີມກ່ຽວກັບ ທລຝ